ຫຼັກສູດທັງໝົດ
ຄົ້ນພົບຄອສຮຽນຄຸນນະພາບຫຼາກຫຼາຍ ທີ່ອອກແບບມາເພື່ອຊ່ວຍໃຫ້ທ່ານຮຽນຮູ້ທັກສະໃໝ່ໆ.

ພັດທະນາ Mobile App ຂັ້ນພື້ນຖານ ດ້ວຍ Flutter 3.xx + AI
ຫຼັກສູດ ພັດທະນາ Mobile App ຂັ້ນພື້ນຖານ ດ້ວຍ Flutter 3.xx + AI ໂດຍທ່ານຈະໄດ້ຮຽນ ຕັ້ງແຕ່ຂັ້ນຕອນ ການຕິດຕັ້ງ Flutter 3.xx, ເຄື່ອງມືໃນການພັດທະນາ, ໂຄງສ້າງຂອງໂປຣເຈັກ, ຕິດຕັ້ງຖານຂໍ້ມູນ ຢູ່ເທິງແອັບ ແລະ ການນຳໃຊ້ AI ເຂົ້າຊ່ວຍໃນການ ອອກແບບ UX/UI ແບບອາຊີບ ແລະ ສ້າງເປັນຟາຍ APK ຕິດຕັ້ງເທິງມືຖື ແລະ Tablet.

ພັດທະນາເວັບໄຊ ແບບມືອາຊີບ ພຽງ 10 ນາທີ ດ້ວຍ AI
ທ່ານຈະໄດ້ຮຽນ ຕັ້ງແຕ່ ຂັ້ນຕອນ ລົງທະບຽນ ແລະ ສ້າງເວັບໄຊ ແບບມືອາຊີບ ດ້ວຍ AI Lovable ໂດຍບໍ່ຈຳເປັນຕ້ອງໄດ້ຕິດຕັ້ງຫຍັງ ແລະ ມີເວັບໄຊ ເປັນຂອງຕົນເອງ ພຽງ 10 ນາທີເທົ່ານັ້ນ. ຕົວຢ່າງ ເວັບໄຊ: https://sevenslaos.lovable.app

ຍົກລະດັບ ວຽກເອກະສານ ຍຸກໃໝ່ ດ້ວຍ ປັນຍາປະດິດ AI Smart Office
ປ່ຽນວຽກເອກະສານທີ່ຫຍຸ້ງຍາກ ໃຫ້ງ່າຍຂຶ້ນ 10 ເທົ່າ ດ້ວຍການໃຊ້ AI ເຮັດວຽກຮ່ວມກັບເຄື່ອງມືຫ້ອງການແບບອອນລາຍ. ທ່ານຈະໄດ້ຮຽນ ຫຼັກສູດ ການນຳໃຊ້ AI ສຳລັບ ເຮັດເອກະສານ ຕ່າງໆ ແບບທາງການ ໂດຍ ນຳໃຊ້ເອກະສານ ແບບອອນລາຍ ສາມາດແກ້ໄຂ ແລະ ຈັດການ ໄດ້ທຸກທີ່, ທຸກເວລາ ຜ່ານມືຖື, ແທັບເລັດ ຫຼື ຄອມພິວເຕີ...